ສະບາຍດີ, ຫຼັງຈາກທີ່ບໍ່ໄດ້ໂພສຫຍັງມາຫຼາຍມື້ ແອັດມິນຈະກັບມາຕໍ່ຈາກຫົວຂໍ້ກ່ອນໜ້ານີ້ ວ່າດ້ວຍເລື່ອງຂຽນໂປຣແກຣມ.

ແຕ່ກ່ອນທີ່ຈະບັນລະຍາຍເລື່ອງຂຽນໂປຣແກຣມ ແອັດມິນຢາກຈະປະຊາສຳພັນກ່ອນ ແອັດມິນຕັ້ງໃຈຈະແບ່ງປັນຄວາມຮູ້ໃຫ້ກັບທຸກໆຄົນ ບໍ່ວ່າຈະເປັນ ນັກສຶກສາດ້ານຄອມພີວເຕີ ຫຼື ວິຊາຊີບອື່ນ ຫຼື ບຸກຄົນທົ່ວໄປ ທີ່ກຳລັງສົນໃຈໃນວົງການ ໄອທີ(ເລື່ອງການຂຽນໂປຣແກຣມ) ກະສາມາດອ່ານແລະທຳຄວາມເຂົ້າໃຈໄດ້ຢ່າງງ່າຍໆ ສະນັ້ນໃນບາງບົດຄວາມອາດຈະເປັນເລື່ອງທີ່ເບີ່ງແລ້ວອາດຈະງ່າຍເກີນໄປຫຼືຮູ້ເລື່ອງນັ້ນຢູ່ແລ້ວສຳລັບຄົນທີ່ຮຽນ ໄອທີມາ ກະຢາກໃຫ້ມາແບ່ງປັນຫຼືຊ່ວຍເສີມໃຫ້ກັບຄົນອື່ນທີ່ຍັງບໍ່ທັນເຂົ້າໃຈ.

ເຮົາມາເລີ່ມກັນເລີຍ. ການທີ່ເຮົາຈະຂຽນໂປຣແກຣມໃດໜື່ງຂື້ນມາເຮົາຈະຕ້ອງມີເຄື່ອງມືທີ່ເໝາະສົມກັບວຽກເຮົາກ່ອນ, ເຄື່ອງມືໃນທີ່ນີ້ໝາຍເຖິງ ພາສາ ໃນການພັດທະນາ. ພາສາໃນທີ່ນີ້ ແມ່ນພາສາໂປຣແກຣມ ເຊີ່ງໃນໂລກຂອງໂປຣແກຣມ ມີຫຼາກຫຼາຍພາສາໃຫ້ໄດ້ເລືອກໃຊ້ ບໍ່ວ່າຈະເປັນ C, C++, C#, VB, Java, Perl, Python, Javascript, Objective-C, Swift… ເຊີ່ງມັນກໍ່ແລ້ວແຕ່ຄວາມເໝາະສົມແລະການຮຽນຮູ້ຂອງແຕ່ລະບຸກຄົນ ແອັດມິນມີຄຳຖາມໜື່ງ ແລ້ວເຮົາຈະຮູ້ ໄດ້ຈັ່ງໃດ ວ່າພາສາຫຍັງເໝາະສົມກັບເຮົາ ສຳລັບເຮົາ ເລື່ອງນີ້ແອັດແນະນຳໄດ້ພຽງແຕ່ວ່າ ໃຫ້ເລືອກພາສາທີ່ມີຄົນໃຊ້ຫຼາຍ ແລະ ຖ້າສາມາດເລືອກເອົາພາສາທີ່ໃກ້ຄຽງກັບພາສາຂອງມະນຸດແຮງເປັນການດີ, ນອກຈາກພາສາທີ່ເຮົາຈະເລືອກໃຊ້ແລ້ວ ເຮົາຄວນຄຳນຶງເຖິງ ເຄື່ອງມືໃນການ Complie ບັນດາ Source code ຂອງເຮົາພ້ອມວ່າມັນດີຫຼືສະຫຼາດດີປານໃດ ພ້ອມທັງເລື່ອງ Tools ທີ່ຈະອຳນວຍຄວາມສະດວກໃນຕອນທີ່ເຮົາພັດທະນາ, ຖ້າເຮົາເລືອກເອົາເຄື່ອງມີຫຼືພາສາທີ່ບໍ່ຄ່ອຍຈະມີຄົນໃຊ້ ຫຼື ໃຊ້ຍາກ ມັນກະຈະເປັນປະມານ ຍົກຕົວຢ່າງເຊັ່ນ: ເຮົາຕ້ອງການຊື້ເຟີນິເຈີມາຕົກແຕ່ງບ້ານ ບໍ່ວ່າຈະເປັນຫ້ອງນອນ ຫ້ອງນຳ້ ຫ້ອງຮັບແຂກ ໆລໆ ເຊີ່ງມັນຈຳເປັນຕ້ອງໄດ້ຊື້ຫຼາຍຢ່າງ ເຮົາຄວນໄປຊື້ ຫຼືໄປຂໍຄຳແນະນຳຈາກ ຮ້ານໃຫຍ່ໆທີ່ເຮັດເລື່ອງຕົກແຕ່ງພາຍໃນໂດຍສະເພາະ ນອກຈາກເຮົາຊິໄດ້ເຄື່ອງມາບາດດຽວແລ້ວ ບາງທີ່ເຮົາອາດໄດ້ຄຳແນະນຳດີໆມາພ້ອມ ເຊີ່ງມັນຕ່າງຈາກເຮົາໄປເລາະຊື້ເທື່ອລະຢ່າງຈາກຕະຫຼາດ, ຈາກຮ້ານຂາຍເຄື່ອງແຫ້ງ ຫຼືຈາກແຫຼ່ງທີ່ບໍ່ມີຄວາມເປັນມືອາຊີບສະເພາະດ້ານ, ເພາະມັນເສຍເວລາ ເສຍເງິນນຳອີກ. ສະນັ້ນເຮົາຄວນເລືອກອັນທີ່ມັນມີຊຸມຊົນຫຼາຍມັນຈະດີທີ່ສຸດ.

ໃນບົດຄວາມນີ້ແອັດຈະນຳໃຊ້ເທັກໂນໂລຊີຂອງ Microsoft .NET Framework, ຟັງແຕ່ຊື່ກະບອກແລ້ວວ່າເປັນຂອງ Microsoft ຖ້າທ່ານຢາກຮູ້ເພີ່ມເຕີມແນະນຳໃຫ້ລອງຊອກອ່ານນຳເວັບເບີ່ງເອົາເນາະ, ແລ້ວເຄື່ອງມືທີ່ຈຳເປັນມີຫຍັງແນ່, ງ່າຍໆເລີຍ ເຮົາພຽງແຕ່ຕິດຕັ້ງ Microsoft Visual Studio ຊຳນີ້ກໍ່ຈະໄດ້ເຄື່ອງຫາກິນແລ້ວ, ແລ້ວເຮົາຊິຫາໄດ້ຢູ່ໃສ https://www.visualstudio.com/en-us/products/visual-studio-community-vs.aspx ນີ້ເລີຍ ເຂົ້າໄປດາວໂຫຼດມາຕິດຕັ້ງໂລດ ສຳລັບເວີຊັ່ນນີ້ເປັນຂອງຟຣີ ພຽງແຕ່ເຮົາມີ Account ຂອງ Microsoft ຊຳນີ້ກະໃຊ້ໄດ້ແລ້ວ.

ແລ້ວເປັນຫຍັງແອັດຈື່ງໃຊ້ເຄື່ອງມືນີ້ ກໍ່ຍ້ອນວ່າຕອນຮຽນກະໃຊ້ 555 ແຕ່ຫຼັງຈາກທີ່ໃຊ້ແລ້ວຮູ້ສຶກວ່າທຸກຢ່າງຂອງມັນດີກວ່າ IDE ໂຕອື່ນ ບໍ່ວ່າຈະເປັນ intellisense ໃນການບອກໃຫ້ຜູ້ໃຊ້ໄດ້ຂຽນໃຫ້ຖືກຕ້ອງ ແລ້ວຍັງຜ່ອນເວລາໃນການພັດທະນາຫຼາຍຖ້າທຽບໃສ່ອັນອື່ນ.

ບົດຄວາມຫຼັກໆແມ່ນເຮົາຈະໃຊ້ພາສາ C# ເປັນນາງເອກໃນການດຳເນີນເລື່ອງ ເຊີ່ງເຮົາຊິມາຕໍ່ໃນບົດຄວາມໜ້າ ແລ້ວຊິມີຫຍັງແນ່ ດຽວແອັດຂໍໄປຄິດມາກ່ອນ.

ປລ ບົດຄວາມນີ້ເປັນການເປີດຫົວເລື່ອງຊື່ໆເດີ ບໍ່ທັນມີຫຍັງເທື່ອ ແຕ່ກະຄິດຊະວ່າໃຫ້ຄົນທີ່ບໍ່ທັນໄດ້ຮູ້ ໄດ້ເລືອກໃຊ້ເຄື່ອງມືທີ່ງ່າຍແລະສະດວກ ມັນຈັ່ງເປັນການເລີ່ມຕົ້ນທີ່ດີ

ປລ Account ຂອງ Microsoft ແມ່ນເຮົາໄປສະມັກເມລຢູ່ www.outlook.com ກະໄດ້ແລ້ວ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *