ເມື່ອເວົ້າເຖິງ Razer ເຮົາຈະຮູ້ໄດ້ເລີຍວ່າເປັນຄອມພິວເຕີໂນດບຸ໊ກສໍາລັບຫລິ້ນເກມ ແຕ່ບໍ່ດົນມານີ້ Razar ໄດ້ຂະຫຍາຍຕະຫລາດ ເຊິ່ງໄດ້ສ້າງ Razer Book ເປັນໂນດບຸ໊ກສໍາລັບເຮັດວຽກຫ້ອງການ ແລະ ລ່າສຸດໄດ້ມີການພັດທະນາ Gaming Desktop ທີ່ມີຊື່ວ່າ Razer Tomahawk ເປັນຄອມພິວເຕີຫລິ້ນເກມຂະໜາດນ້ອຍ (Small Form Factor – SFF) ແຕ່ໃຊ້ ຈີພີຢູລຸ້ນມາດຕະຖານຄືກັບຄອມພິວເຕີເດສທັອບຂະໜາດໃຫຍ່ ບໍ່ຈໍາເປັນຕ້ອງໃຊ້ລຸ້ນ Low profile ຄືກັບພີຊີເກມມິ້ງ SFF