ບົດຄວາມ ແລະ ຂ່າວສານ

ຂປລ. ສູນອິນເຕີເນັດ ແຫ່ງຊາດ (ສອຊ) ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາ ກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດີຈີຕອນ ແລະ ອຸດສາ ຫະກຳ 4.0 ຂຶ້ນໃນວັນທີ 17 ທັນວາ 2020,
ການແຂ່ງຂັນອອກແບບ ແລະ ສ້າງເວັບໄຊຮອບສຸດທ້າຍ ຈັດຂຶ້ນທີ່ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະວິສະວະກຳສາດ. ໃນວັນທີ 16 ທັນວາ 2020, ຂໍສະແດງຄວາມຍິນດີກັບທິມທີ່ໄດ້ຮັບລາງວັນຊະນະເລີດ ແລະ ຂໍຊົມເຊີຍທຸກໆທິມ.
ກູເກີນ ໄດ້ກ່າວຕໍ່ສື່ມວນຊົນຕໍ່ກໍລະນີທີ່ບໍລິການຂອງກູເກີນຈໍານວນຫລາຍໄດ້ດັບຊ່ວງຕອນແລງທີ່ຜ່ານມາວ່າ ເປັນປັນຫາ “ໂຄຕ້າສະຕໍເຣຈ” ຂອງລະບົບພາຍໃນ ເຊິ່ງເຮັດໃຫ້ບໍລິການທີ່ຜູ້ໃຊ້ລັອກອິນເຂົ້າໃຊ້ງານບໍ່ໄດ້ ແລະ ລະບົບໃຊ້ການບໍ່ໄດ້ເປັນເວລາ 45 ນາທີ ທາງກູເກີນໄດ້ຂໍອະໄພທຸກຄົນທີ່ໄດ້ຮັບຜົນກະທົບ ຂະນະດຽວກັນກໍ່ໄດ້ລະບຸວ່າຈະມີການຣີວິວຫລັງເກີດເຫດເພື່ອໃຫ້ແນ່ໃຈວ່າຈະບໍ່ເກີດເຫດການແບບນີ້ອີກ ທີ່ມາ: https://www.cnbc.com/2020/12/14/googles-youtube-gmail-and-drive-services-suffer-outage.html
ເມື່ອເວົ້າເຖິງ Razer ເຮົາຈະຮູ້ໄດ້ເລີຍວ່າເປັນຄອມພິວເຕີໂນດບຸ໊ກສໍາລັບຫລິ້ນເກມ ແຕ່ບໍ່ດົນມານີ້ Razar ໄດ້ຂະຫຍາຍຕະຫລາດ ເຊິ່ງໄດ້ສ້າງ Razer Book ເປັນໂນດບຸ໊ກສໍາລັບເຮັດວຽກຫ້ອງການ ແລະ ລ່າສຸດໄດ້ມີການພັດທະນາ Gaming Desktop ທີ່ມີຊື່ວ່າ Razer Tomahawk ເປັນຄອມພິວເຕີຫລິ້ນເກມຂະໜາດນ້ອຍ (Small Form
6 ພາສາໃຊ້ໃນການພັດທະນາໂປຣແກຣມທີ່ຄວນຮຽນຮູ້: 1. Python ເປັນພາສາຍອດນິຍົມອັນດັບຕົ້ນໆທີ່ແນະນໍາໃຫ້ຝຶກຈົນຊໍ່ານານ ເພາະນອກຈາກຈະງ່າຍຕໍ່ການຮຽນຮູ້ ແລະ ໃຊ້ງານດ້ວຍຄໍາສັ່ງທີ່ຄ້າຍຄືພາສາຄົນຫລາຍທີ່ສຸດ ຍັງນໍາມາປະຍຸກໃຊ້ງານໄດ້ຂ້ອນຂ້າງຄອບຈັກະວານອີກນໍາ ຈົນບໍ່ຕ້ອງແປກໃຈວ່າ ບໍລິສັດ ໃດກໍ່ຕ້ອງການຄົນຂຽນ python. 2. C# ເຖິງຈະເປັນພາສາສະໄໝພະເຈົ້າດຶກດໍາບັນທີ່ໜ້າຈະຕົກຍຸກ ແຕ່ແທ້ຈິງແລ້ວກັບມີການພັດທະນາຕົວເອງໃຫ້ເຮັດວຽກເຂົ້າກັບເຕັກໂນໂລຊີສະໄໝໃໝ່ໄດ້ຕະຫລອດເວລາແຖມເປັນພາສາຄອບຈັກະວານທີ່ໃຊ້ສ້າງໄດ້ທຸກຢ່າງ ທັງເວັບໄຊ໌, ແອັບໃນອຸບປະກອນພົກພາ, ແມ້ແຕ່ຊລອບແວ໌ພີຊີ ແຖມຣັນໄດ້ທຸກແພລດຟອມ ອີກທັງໂຄງສ້າງພາສາຍັງເປັນພື້ນຖານຂອງພາສາອື່ນໆ
ສະບາຍດີ ມື້ນີ້ເຮົາຈະມາເລີ່ມຮຽນຂຽນໂປຣແກຣມຢ່າງຈິງໆຈັງ ຫຼັງຈາກທີ່ໄດ້ກ່າວພາເພີນມາຫຼາຍບົດຄວາມ, ກ່ອນທີ່ເຮົາຈະກາຍໄປເປັນຊ່ຽວຊານທາງດ້ານຂຽນໂປຣແກຣມ ເຮົາຈະຕ້ອງໄດ້ມາເລີ່ມສຶກສາເຖິງພື້ນຖານຂອງການ ຂຽນໂປຣແກຣມກ່ອນ ຫຼືພາສາອັງກິດເອີ້ນວ່າ Basic. ເອົາລະບາດນີ້ແອັດມິນຂໍເວົ້າເລື່ອງພື້ນຖານ ຂອງການຂຽນໂປຣແກຣມຂອງທຸກໆພາສາ ມັນຈະຄືກັນ(ຕ່າງແຕ່ syntax) ມັນຄືກັນຢູ່ບ່ອນໃດ? ຄືກັນຢູ່ບ່ອນຮູບແບບໃນການດຳເນີນເລື່ອງ, Strategic, Logic... ຕົວຢ່າງເຊັ່ນ ທຸກໆພາສາຈະມີ ຊະນິດຂອງຂໍ້ມູນ (Data
ສະບາຍດີ, ຫຼັງຈາກທີ່ບໍ່ໄດ້ໂພສຫຍັງມາຫຼາຍມື້ ແອັດມິນຈະກັບມາຕໍ່ຈາກຫົວຂໍ້ກ່ອນໜ້ານີ້ ວ່າດ້ວຍເລື່ອງຂຽນໂປຣແກຣມ. ແຕ່ກ່ອນທີ່ຈະບັນລະຍາຍເລື່ອງຂຽນໂປຣແກຣມ ແອັດມິນຢາກຈະປະຊາສຳພັນກ່ອນ ແອັດມິນຕັ້ງໃຈຈະແບ່ງປັນຄວາມຮູ້ໃຫ້ກັບທຸກໆຄົນ ບໍ່ວ່າຈະເປັນ ນັກສຶກສາດ້ານຄອມພີວເຕີ ຫຼື ວິຊາຊີບອື່ນ ຫຼື ບຸກຄົນທົ່ວໄປ ທີ່ກຳລັງສົນໃຈໃນວົງການ ໄອທີ(ເລື່ອງການຂຽນໂປຣແກຣມ) ກະສາມາດອ່ານແລະທຳຄວາມເຂົ້າໃຈໄດ້ຢ່າງງ່າຍໆ ສະນັ້ນໃນບາງບົດຄວາມອາດຈະເປັນເລື່ອງທີ່ເບີ່ງແລ້ວອາດຈະງ່າຍເກີນໄປຫຼືຮູ້ເລື່ອງນັ້ນຢູ່ແລ້ວສຳລັບຄົນທີ່ຮຽນ ໄອທີມາ ກະຢາກໃຫ້ມາແບ່ງປັນຫຼືຊ່ວຍເສີມໃຫ້ກັບຄົນອື່ນທີ່ຍັງບໍ່ທັນເຂົ້າໃຈ. ເຮົາມາເລີ່ມກັນເລີຍ.
ພ້ອມກັບການປະກາດວ່າ Google Photos ຈະຍົກເລີກພື້ນທີ່ Storage ທີ່ບໍ່ຈໍາກັດ ກູ່ເກີນຍັງປະກາດ Google Drive ຈະເລີ່ມນັບພື້ນທີ່ຂອງໄຟ໌ຊະນິດ Docs, Sheets, Slides, Drawings, Forms, Jamboard ແລະ ກ່ອນໜ້ານີ້ Google Drive
ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ມີພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືການນໍາໃຊ້ ລະບົບພິສູດຕົວຕົນຜ່ານທາງເອເລັກໂຕຣນິກ (Electronic Know Your Customer,
ລະບົບຂຶ້ນທະບຽນ Online ໂທລະສັບ ຂອງ ສ.ປ.ປ ລາວໄລຍະທີ່ 1 : 01/07 – 30/11, 2020. ແນະນຳໃຫ້ລົງທະບຽນຊິມທົ່ວປະເທດ, ເບີໃໝ່ຕ້ອງລົງທະບຽນກ່ອນຈຶ່ງເປີດນຳໃຊ້ໄດ້ໄລຍະທີ່ 2 : 01/12 – 30/12, 2020