6 ພາສາໃຊ້ໃນການພັດທະນາໂປຣແກຣມທີ່ຄວນຮຽນຮູ້:

1. Python

ເປັນພາສາຍອດນິຍົມອັນດັບຕົ້ນໆທີ່ແນະນໍາໃຫ້ຝຶກຈົນຊໍ່ານານ ເພາະນອກຈາກຈະງ່າຍຕໍ່ການຮຽນຮູ້ ແລະ ໃຊ້ງານດ້ວຍຄໍາສັ່ງທີ່ຄ້າຍຄືພາສາຄົນຫລາຍທີ່ສຸດ ຍັງນໍາມາປະຍຸກໃຊ້ງານໄດ້ຂ້ອນຂ້າງຄອບຈັກະວານອີກນໍາ ຈົນບໍ່ຕ້ອງແປກໃຈວ່າ ບໍລິສັດ ໃດກໍ່ຕ້ອງການຄົນຂຽນ python.

2. C#

ເຖິງຈະເປັນພາສາສະໄໝພະເຈົ້າດຶກດໍາບັນທີ່ໜ້າຈະຕົກຍຸກ ແຕ່ແທ້ຈິງແລ້ວກັບມີການພັດທະນາຕົວເອງໃຫ້ເຮັດວຽກເຂົ້າກັບເຕັກໂນໂລຊີສະໄໝໃໝ່ໄດ້ຕະຫລອດເວລາແຖມເປັນພາສາຄອບຈັກະວານທີ່ໃຊ້ສ້າງໄດ້ທຸກຢ່າງ ທັງເວັບໄຊ໌, ແອັບໃນອຸບປະກອນພົກພາ, ແມ້ແຕ່ຊລອບແວ໌ພີຊີ ແຖມຣັນໄດ້ທຸກແພລດຟອມ ອີກທັງໂຄງສ້າງພາສາຍັງເປັນພື້ນຖານຂອງພາສາອື່ນໆ ສວນໃຫຍ່ໃນໂລກນີ້ອີກດ້ວຍ.

3. Java

ເປັນພາສາທີ່ອອກແນວເຕັກນິກ ທີ່ມີພະລັງໃນການສ້າງແອັບທີ່ຊັບຊ້ອນ ຄອບຄຸມເກືອບທຸກຄວາມຕ້ອງການໃນປັດຈຸບັນດ້ວຍຟີເຈີທີ່ມີປະໂຫຍດຫລາຍຢ່າງ ແຖມຮັບໄດ້ທຸກລະບົບປະຕິບັດການບໍ່ວ່າຈະເປັນ iOS, Mac, Windows, Linux ແລະ Android.

4. JavaScript

ເປັນພາສາພື້ນຖານທີ່ທຸກຄົນຄວນໃຊ້ງານພື້ນຖານໃຫ້ເປັນ ເນື່ອງຈາກຮົ່ວໄຫລເຂົ້າໄປຢູ່ທົ່ວທຸກພື້ນທີ່ຂອງການພັດທະນາໂປຣແກຣມ ຫລື ເວັບຕ່າງໆ ຈົນເກືອບບໍ່ມີທາງຫລີກລ້ຽງ ໂດຍສະເພາະການສ້າງເວັບໃຫ້ຕອບສະໜອງຢ່າງວ່ອງໄວໜ້າໃຊ້ງານລວມທັງມີບົດບາດສໍາຄັນໃນຝັ່ງເຊີບເວີດ້ວຍເຟຣມເວີກຕ່າງໆ ຢ່າງຫລວງຫລາຍທີ່ໃຊ້ໃນການພັດທະນາເວັບແບບມືອາຊີບ.

5. PHP

ເຖິງຈະເບິ່ງຄືເປັນພາສາາເກົ່າ ເຊິ່ງຫລາຍຄົນເບິ່ງໃນມຸມລົບ ແຕ່ໃນສາຍຕາຂອງຜູ້ຊ່ຽວຊານໃນວົງການແລ້ວກໍຍັງແນະນໍາໃຫ້ພະຍາຍາມຮຽນຮູ້ພາສາຍອດນິຍົມສໍາລັບສ້າງເວັບຕົວນີ້້ໄວ້ ຮັບຮອງວ່າຈະບໍ່ເສຍໃຈໃນພາຍຫລັງແນ່ນອນ ເພາະຂະໜາດເວັບແພລດຟອມໃຫຍ່ລະດັບໂລກຢ່າງເຟສບຸກ, ທະວິດເຕີ ແລະ ອີກຫລາຍຢ່າງກໍ່ຍັງໃຊ້ PHP ສ້າງສ້າງເວັບຂຶ້ນມາທັງໝົດ ແຖມຍັງເປັນຫນຶ່ງໃນພາສາທີ່ຈັດວ່າງ່າຍຕໍ່ການຮຽນຮູ້ຫລາຍທີ່ສຸດ ຈາກຄໍາສັ່ງຕ່າງໆ ທີ່ເປັນພາສາອ່ານຮູ້ເລື່ອງທີ່ສຸດ.

6. Swift

ເປັນພາສາໃນຝັນຂອງຄົນທີ່ຕ້ອງການພັດທະນາແອັບເຖິງໄອໂຟນໃນຍຸກນີ້ ແລະ ຍັງມາແຮງຕໍ່ເນື່ອງຈາກຫລາຍບໍລິສັດພະຍາຍາມສ້າງແອັບເຖິງ iOS ເພີ່ມຫລາຍຂຶ້ນ ຖ້າໄດ້ພາສາ Swift ແລ້ວ ແນ່ນອນຕ້ອງຖືກຫລາຍບໍລິສັດຕ້ອງການຕົວແນ່ນອນ ແຖມລາຄາສ້າງແອັບ iOS ຕອນນີ້ຍັງມີລາຄາແພງ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *