ເມື່ອເວົ້າເຖິງ Razer ເຮົາຈະຮູ້ໄດ້ເລີຍວ່າເປັນຄອມພິວເຕີໂນດບຸ໊ກສໍາລັບຫລິ້ນເກມ ແຕ່ບໍ່ດົນມານີ້ Razar ໄດ້ຂະຫຍາຍຕະຫລາດ ເຊິ່ງໄດ້ສ້າງ Razer Book ເປັນໂນດບຸ໊ກສໍາລັບເຮັດວຽກຫ້ອງການ ແລະ ລ່າສຸດໄດ້ມີການພັດທະນາ Gaming Desktop ທີ່ມີຊື່ວ່າ Razer Tomahawk ເປັນຄອມພິວເຕີຫລິ້ນເກມຂະໜາດນ້ອຍ (Small Form Factor – SFF) ແຕ່ໃຊ້ ຈີພີຢູລຸ້ນມາດຕະຖານຄືກັບຄອມພິວເຕີເດສທັອບຂະໜາດໃຫຍ່ ບໍ່ຈໍາເປັນຕ້ອງໃຊ້ລຸ້ນ Low profile ຄືກັບພີຊີເກມມິ້ງ SFF ລຸ້ນອື່ນໆ ພິເສດຕົວເຄື່ອງຍັງອອກແບບໃຫ້ສາມາດຖອດຊິ້ນສ່ວນຕ່າງໆອອກໄດ້ໂດຍບໍ່ຕ້ອງໃຊ້ໂຕລະບິດ

ສະເປກ

  • ຊີພີຢູ : 9th Gen Intel Core i9-9980HK
  • ຈີພີຢູ: ເລືອກໄດ້ລະຫວ່າງ GeForce RTX 3080 Founders Edition ຫລືປ່ອຍວ່າງໄວ້ໄປຊື້ໃສ່ເອງ
  • ແຣມ: 16GB DDR4 2667MHz
  • ສະຕໍເຣຈ: 512GB PCIe NVMe + 2TB HDD (5400 RPM) + ສະລອດ M.2 ວ່າງອີກສະລອດ
  • ພຣອດ: USB-A x4, USB-C (Thunderbolt 3) x2
  • Wi-Fi 6 (AX200), Bluetooth 5.0
  • ພ່າວເວີຊັບພລາຍ 750 ວັດ

ການທີ່ Tomahawk ເປັນສິນຄ້າຂອງ Razer ຍັງຮອງຮັບ Chroma RGB ຕາມມາດຕະຖານ ເຊິ່ງໃຊ້ໄດ້ກັບເກມຈໍານວນຫລາຍທີ່ຮອງຮັບແພລດຟອມ Chroma ຢູ່ແລ້ວທີ່ ລາຄາເລີ່ມຕົ້ນ 2,399.99 ດອນລ້າ (ປະມານ 73,000 ບາດ) ຍັງບໍ່ລວມກາສຈໍ

ທີ່ມາ:https://bit.ly/33R7htH

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *