ຂປລ. ສູນອິນເຕີເນັດ ແຫ່ງຊາດ (ສອຊ) ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາ ກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດີຈີຕອນ ແລະ ອຸດສາ ຫະກຳ 4.0 ຂຶ້ນໃນວັນທີ 17 ທັນວາ 2020, ໂດຍການເປັນປະທານຂອງ ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍພາກ ສ່ວນຂ້ອງກ່ຽວເຂົ້າຮ່ວມ.ທ່ານ ບຸນສະເຫລີມໄຊ ເຄນນາວົງ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງວຽກງານໃນຂະແໜງ ການໄອຊີທີ ກໍຄື ດິຈິຕອນ ທີ່ເປັນທ່າແຮງຂັບເຄື່ອນເສດຖະກິດ ໃນຊ່ວງໂຄວິດ-19 ເຊິ່ງຫລາຍກິດຈະ ການ ແລະ ທຸລະກຳຕ່າງໆ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ແຕ່ກົງກັນຂ້າມບາງບັນດາກິດຈະການ ແລະ ທຸລະກຳ ທີ່ເຮັດຜ່ານລະບົບອອນລາຍ ໄດ້ຮັບການຂະຫຍາຍຕົວໃນທິດທາງໃໝ່ ທີ່ມີມູນຄ່າເພີ່ມຫລາຍຂຶ້ນ ແລະ ການເຊື່ອມຕໍ່ທາງອອນລາຍ

ໄດ້ກາຍເປັນສິ່ງຈຳເປັນຕໍ່ສັງຄົມ, ເຮັດໃຫ້ທຸລະກິດ, ການດຳລົງຊີວິດ ແລະ ທົ່ວສັງຄົມ ຍັງສືບດຳເນີນໄປໄດ້ໃນສະພາບວິຖີຊີວິດແບບໃໝ່ ກໍຄື ສະພາບຄວາມປົກກະຕິໃໝ່ ສິ່ງນັ້ນພັກ, ລັດຖະບານ ໄດ້ເຫັນຄວາມສຳຄັນ ໃນວຽກງານການຫັນເປັນທັນສະໄໝ ໂດຍສະເພາະ ການຫັນເປັນດີຈີຕອນ ແລະ ອຸດສາຫະກຳ 4.0 ຂອງ ສປປ ລາວ, ສ້າງເງື່ອນໄຂຕ່າງໆ ເພື່ອຮອງຮັບ ແລະ ສະໜັບສະໜູນວຽກງານດັ່ງກ່າວ ໃຫ້ທັນກັບການປ່ຽນແປງ ຢ່າງກ້າວກະໂດດຂອງພາກພື້ນ ແລະ ສາກົນ ໃນປັດຈຸບັນ.ທ່ານ ບຸນສະເຫລີມໄຊ ເຄນນາວົງ ຍັງຍົກໃຫ້ເຫັນຜົນງານການພັດທະນາ ຂອງຂະແໜງການ ເປັນຕົ້ນ ດ້ານນິຕິກຳ, ດ້ານພື້ນຖານໂຄງລ່າງ, ດ້ານຄວາມປອດໄພ ແລະ ອື່ນໆ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດີຈີຕອນ ແລະ ອຸດສາຫະກຳ 4.0 ທັງນີ້, ແນ່ໃສ່ຜູ້ເຂົ້າຮ່ວມ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເພື່ອກຽມຄວາມພ້ອມຂອງຂະແໜງການຕົນເອງ ຮອງຮັບໃຫ້ແກ່ການປ່ຽນແປງໃນອະນາ ຄົດ. ໝາກຜົນຂອງການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ໄອຊີທີ ກໍຄື ເຕັກໂນໂລຊີ ດີຈີຕອນ ທີ່ປະ ກອບສ່ວນເຂົ້າ ໃນການຫັນເປັນທັນສະໄໝ ທີ່ຂະແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ການຂະຫຍາຍເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ ທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນທີ່ຫລາຍກວ່າ 90% ຂອງປະເທດ, ພື້ນຖານໂຄງລ່າງສູນຂໍ້ມູນແຫ່ງຊາດ, ລະຫັດຊື່ອິນເຕີເນັດ .LA ແລະ . ລາວ, ລາຍເຊັນເອເລັກໂຕຣນິກ, ການຂຶ້ນທະບຽນເລກໝາຍໂທລະສັບ, ລະບົບກອງປະຊຸມທາງໄກ, ລະບົບຫ້ອງການທັນສະໄໝ (e-Office), ລະບົບສື່ສານພາກລັດ (G-Chat), ລະບົບພລັດຟອມເວັບໄຊພາກລັດ (G-Web Platform), ການຈ່າຍເງິນຜ່ານທາງມືຖື (Mobile Money) ແລະ ຄວາມປອດໄພທາງໄຊເບີ, ໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນ ໃຫ້ແກ່ການສ້າງເສດຖະກິດດິຈິຕອນ ແລະ ອຸດສາ ຫະກຳ 4.0. ໃນໂອກາດດຽວກັນນີ້, ກໍໄດ້ມີການເປີດນຳໃຊ້ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂັ້ນສູງສຸດ ແຫ່ງຊາດ ດ໋ອດລາວ (. ລາວ), ເຊິ່ງໃນໄລຍະຜ່ານມາ ລະຫັດຊື່ ອິນເຕີເນັດພາສາທ້ອງຖິ່ນ http://xn--19-t1i2dwepdte.xn--q7ce6a/ ແມ່ນໄດ້ຖືກເປີດນຳໃຊ້ໃນ ສປປ ລາວ ຄຽງຄູ່ກັບ https://www.covid19.gov.la ເພື່ອເຜີຍແຜ່ຂໍ້ມູນທາງການ ກ່ຽວກັບການລະບາດຂອງພະຍາດໂຄວິດ-19.

ທີ່ມາ:

ປະເທດລາວ Pathedlao

Leave a Reply

Your email address will not be published. Required fields are marked *