ກູເກີນ ໄດ້ກ່າວຕໍ່ສື່ມວນຊົນຕໍ່ກໍລະນີທີ່ບໍລິການຂອງກູເກີນຈໍານວນຫລາຍໄດ້ດັບຊ່ວງຕອນແລງທີ່ຜ່ານມາວ່າ ເປັນປັນຫາ “ໂຄຕ້າສະຕໍເຣຈ” ຂອງລະບົບພາຍໃນ ເຊິ່ງເຮັດໃຫ້ບໍລິການທີ່ຜູ້ໃຊ້ລັອກອິນເຂົ້າໃຊ້ງານບໍ່ໄດ້ ແລະ ລະບົບໃຊ້ການບໍ່ໄດ້ເປັນເວລາ 45 ນາທີ ທາງກູເກີນໄດ້ຂໍອະໄພທຸກຄົນທີ່ໄດ້ຮັບຜົນກະທົບ ຂະນະດຽວກັນກໍ່ໄດ້ລະບຸວ່າຈະມີການຣີວິວຫລັງເກີດເຫດເພື່ອໃຫ້ແນ່ໃຈວ່າຈະບໍ່ເກີດເຫດການແບບນີ້ອີກ ທີ່ມາ: https://www.cnbc.com/2020/12/14/googles-youtube-gmail-and-drive-services-suffer-outage.html

ເມື່ອເວົ້າເຖິງ Razer ເຮົາຈະຮູ້ໄດ້ເລີຍວ່າເປັນຄອມພິວເຕີໂນດບຸ໊ກສໍາລັບຫລິ້ນເກມ ແຕ່ບໍ່ດົນມານີ້ Razar ໄດ້ຂະຫຍາຍຕະຫລາດ ເຊິ່ງໄດ້ສ້າງ Razer Book ເປັນໂນດບຸ໊ກສໍາລັບເຮັດວຽກຫ້ອງການ ແລະ ລ່າສຸດໄດ້ມີການພັດທະນາ Gaming Desktop ທີ່ມີຊື່ວ່າ Razer Tomahawk ເປັນຄອມພິວເຕີຫລິ້ນເກມຂະໜາດນ້ອຍ (Small Form Factor – SFF) ແຕ່ໃຊ້ ຈີພີຢູລຸ້ນມາດຕະຖານຄືກັບຄອມພິວເຕີເດສທັອບຂະໜາດໃຫຍ່ ບໍ່ຈໍາເປັນຕ້ອງໃຊ້ລຸ້ນ Low profile ຄືກັບພີຊີເກມມິ້ງ SFF