ພ້ອມກັບການປະກາດວ່າ Google Photos ຈະຍົກເລີກພື້ນທີ່ Storage ທີ່ບໍ່ຈໍາກັດ ກູ່ເກີນຍັງປະກາດ Google Drive ຈະເລີ່ມນັບພື້ນທີ່ຂອງໄຟ໌ຊະນິດ Docs, Sheets, Slides, Drawings, Forms, Jamboard ແລະ ກ່ອນໜ້ານີ້ Google Drive ຍັງນັບພື້ນທີ່ເກັບຂໍ້ມູນສະເພາະໄຟ໌ທີ່ອັບໂຫລດຂຶ້ນໄປເອງເທົ່ານັ້ນ ບໍ່ລວມໄຟ໌ຈໍາພວກ Docs ທີ່ສ້າງຈາກບໍລິການຂອງກູ່ເກີນ ແຕ່ຫລັງ ວັນ 1 ມິຖຸນາ 2021 ເປັນຕົ້ນໄປ Google Drive ຈະເລີມນັບໄຟ໌ທຸກປະເພດ (ໄຟ໌ເກົ່າຈະບໍ່ຖືກນັບ ນັບສະເພາະໄຟ໌ສ້າງໃໝ່ ຫລື ໄຟ໌ເກົ່າທີ່ຖືກແກ້ໄຂຫລັງ ວັນທີ 1 ມິຖຸນາ 2021)

ກູ່ເກີນໄດ້ໃຫ້ເຫດຜົນວ່າ ນັບຈາກ 1 ມິຖຸນາ 2021 ກູ່ເກີນຈະຄິດໄລ່ໂຄ່ຕ້າຂອງ Gmail, Google Photos, Google Drive ລວມກັນໃນພື້ນທີບັນຊີ Google Account ທີ່ໃຫ້ຟຣີ 15 GB ຖ້າບໍ່ພໍສາມາດຊື້ເປັນສະມາຊິກ  Google One ໄດ້.

ຂໍ້ມູນເພີ່ມເຕີມ: https://blog.google/products/photos/storage-policy-update/

Leave a Reply

Your email address will not be published. Required fields are marked *