ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ມີພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືການນໍາໃຊ້ ລະບົບພິສູດຕົວຕົນຜ່ານທາງເອເລັກໂຕຣນິກ (Electronic Know Your Customer, e-KYC) ລະຫວ່າງບໍລິສັດ ເອັສບີແລັບ 856 ຈຳກັດ (SB Lab 856) ແລະ ທະນາຄານ ພັດທະນາລາວ,​ ໂດຍມີ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ປທສ, , ທ່ານ ຜູ້ອໍານວຍການ, ປະທານ, ຮອງອໍານວຍການ, ຮອງປະທານ, ຄະນະພະແນກ ທີ່ກ່ຽວຂ້ອງ ຈາກ ທະນາຄານພັດທະນາລາວ ແລະ ບໍລິສັດ ເອັສບີແລັບ 856 ຈຳກັດ (SB Lab 856)  ເຂົ້າຮ່ວມ..

ລະບົບ e-KYC ໝາຍເຖິງ ລະບົບພິສູດຕົວຕົນທາງເອເລັກໂຕຣນິກ ທີ່ມີຄວາມປອດໄພສູງ ຜ່ານຖານຂໍ້ມູນສ່ວນບຸກຄົນທີ່ຖືກຕ້ອງ ແລະ ຜ່ານພື້ນຖານໂຄງລ່າງ ການເຊື່ອມຕໍ່ແລກປ່ຽນຂໍ້ມູນພາກລັດ (Government Data Exchange), ໂດຍແມ່ນກະຊວງ ປທສ ໄດ້ຮ່ວມກັບ ບໍລິສັດ ເອັສບີແລັບ 856 ຈຳກັດ ສຶກສາຄົ້ນຄວ້າ, ພັດທະນາ ແລະ ເປີດທົດລອງນໍາໃຊ້ ເພື່ອກະກຽມຄວາມພ້ອມ ໃນການຫັນເປັນດິຈິຕອນ (Digital Transformation) ແລະ ການພັດທະນາເສດຖະກິດດິຈິຕອນ (Digital Economy) ແລະ ກະກຽມຄວາມພ້ອມ ໃນຍຸກອຸດສາຫະກໍາ 4.0 ໃນອະນາຄົດ.

ໃນຍຸກຂອງ ເສດຖະກິດດິຈິຕອນ, ຄວາມຕ້ອງການນຳໃຊ້ ການພິສູດຕົວຕົນຜ່ານທາງເອເລັກໂຕຣນິກ e-KYC ແມ່ນມີຄວາມຮຽກຮ້ອງຕ້ອງການ ແລະ ມີຄວາມຈໍາເປັນຢ່າງສູງ ໃນການເຮັດທຸລະກຳທາງອອນລາຍ ເພື່ອພິສູດ ແລະ ຢັ້ງຢືນ ຂໍ້ມູນຂອງບຸກຄົນ ທີ່ດໍາເນີນທຸລະກໍາທາງອອນລາຍ ວ່າຖືກຕ້ອງ ແລະ ເຊື່ອຖືໄດ້, ເປັນຕົ້ນ ການປະກອບເອກະສານ ຂອງພາກລັດ ແລະ ເອກະຊົນ ທາງອອນລາຍ, ການເປີດບັນຊີທະນາຄານ ຜ່ານທາງອອນລາຍ (Mobile Banking App), ການເປີດບັນຊີ ກະເປົ໋າເງິນເອເລັກໂຕຣນິກ e-Wallet App ເທິງໂທລະສັບມືຖື ຜ່ານທາງອອນລາຍ, ການສະໝັກສິນເຊື່ອ ຫລື ການປ່ອຍເງິນກູ້ສ່ວນບຸກຄົນ ຜ່ານທາງອອນລາຍ, ການຊື້ສິນຄ້າ ຫລື ການບໍລິການຕ່າງໆ ຜ່ານທາງອອນລາຍ ທີ່ມີການຄວາມຕ້ອງການ ໃນການປະກອບຂໍ້ມູນສ່ວນຕົວ ແລະ ພິສູດຂໍ້ມູນ ດັ່ງກ່າວວ່າມີຄວາມຖືກຕ້ອງ ແມ່ນສາມາດ ນໍາໃຊ້ລະບົບ e-KYC ໄດ້. 

ນັບແຕ່ປີຕົ້ນປີ 2019 ເປັນຕົ້ນມາ, ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ປທສ ໄດ້ຮ່ວມກັບ ບໍລິສັດ ເອັສບີແລັບ 856 ຈຳກັດ ໃນການລິເລີ່ມພັດທະນາການ ລະບົບ e-KYC ຫລືເອີ້ນວ່າ LaoKYC ຂຶ້ນ ທີ່ຖືກຮັບຮອງຈາກພາກລັດ, ເຊິ່ງລະບົບດັ່ງກ່າວ ຈະມີຖານຂໍ້ມູນ ຢູ່ທີ່ ສູນຂໍ້ມູນ ແຫ່ງຊາດ (National Data Center) ຂອງ ສູນອິນເຕີເນັດ ແຫ່ງຊາດ ເປັນຜູ້ຄຸ້ມຄອງ, ເຊິ່ງບໍລິສັດ ເອັສບີແລັບ 856 ຈຳກັດ ໄດ້ພັດທະນາ ລະບົບການເຊື່ອມຕໍ່, ແລກປ່ຽນຂໍ້ມູນ ແລະ ພິສູດຂໍ້ມູນ ກັບຜູ້ຕ້ອງການນໍາໃຊ້ຂໍ້ມູນ ເປັນຕົ້ນ ແມ່ນພາກລັດ, ບັນດາທະນາຄານ, ການຊໍາລະສະສາງ ທາງອອນລາຍ, ການຄ້າເອເລັກໂຕຣນິກ, ເພື່ອເປັນພື້ນຖານໂຄງລ່າງທີ່ສຳຄັນ ຂອງເຕັກໂນໂລຊີດິຈິຕອນ ໃຫ້ແກ່ການຫັນເປັນທັນສະໄໝ ທົ່ວເສດຖະກິດ-ສັງຄົມ.

ລະບົບ LaoKYC ທີ່ຖືກພັດທະນາ ແລະ ກຳລັງຈະຖືກທົດລອງນຳໃຊ້ຮ່ວມກັບບັນດາການບໍລິການ ຜ່ານທາງອອນລາຍ ຂອງທະນາຄານພັດທະນາລາວໃນຄັ້ງນີ້ ແມ່ນມີຄວາມສະດວກ, ວ່ອງໄວ, ຖືກຕ້ອງ ແລະ ມີຄວາມປອດໄພສູງໃນການຮັກສາຄວາມລັບຂອງຂໍ້ມູນສ່ວນບຸກຄົນຂອງຜູ້ໃຊ້. ຂໍ້ມູນການພິສູດຕົວຕົນ ຜ່ານການຂຶ້ນທະບຽນເລກໝາຍໂທລະສັບ (ຊິມກາດ) ແມ່ນຖືກເກັບຮັກສາໄວ້ພາຍໃນ ຢູ່ທີ່ ສູນຂໍ້ມູນ ແຫ່ງຊາດ ທີ່ໄດ້ມາດຕະຖານການຈັດການຄວາມປອດໄພຂໍ້ມູນຂ່າວສານ ISO27001.

ໃນການຮ່ວມມືການນຳໃຊ້ ການພິສູດຕົວຕົນ ຈາກລະບົບ LaoKYC ໃນຄັ້ງນີ້ ແມ່ນຈະຖືກນໍາໃຊ້ເຂົ້າຮ່ວມກັບແອັບ LDB Trust ຫຼື LDB Wallet ເທິງໂທລະສັບມືຖື ຂອງ ທະນາຄານພັດທະນາລາວ, ເຊິ່ງຈະເຮັດໃຫ້ມີຄວາມສະດວກ ເພາະສຳລັບລູກຄ້າຜູ້ທີ່ສຳເລັດ ການຂຶ້ນທະບຽນເລກໝາຍໂທລະສັບ (ຊິມກາດ) ແລ້ວນັ້ນ ແມ່ນຈະບໍ່ຈຳເປັນຕ້ອງໄດ້ລົງທະບຽນນຳໃຊ້ ແລະ ພິສູດຕົວຕົນອີກ ໃນເວລາສະໝັກເປີດນໍາໃຊ້ແອັບ LDB Trust ຫຼື LDB Wallet ດັ່ງກ່າວ.  ສາມາດເວົ້າໄດ້ວ່າ ລູກຄ້າ ບໍ່ຈໍາເປັນຕ້ອງເຂົ້າໄປສະໝັກທີ່ປ່ອງບໍລິການຂອງທະນາຄານ, ບໍ່ຈຳເປັນຕ້ອງສະແດງຂໍ້ມູນຈາກ ບັດປະຈຳຕົວ, ສໍາມະໂນຄົວ ຫຼື ເອກະສານທີ່ຈໍາເປັນ ເພື່ອໃຊ້ພິສູດຕົວຕົນໃດໆອີກ, ເຊິ່ງຈະເປັນການຫຼຸດຂັ້ນຕອນຈາກ 8 ຂັ້ນຕອນ ມາເປັນຂັ້ນຕອນດຽວ, ເຮັດໃຫ້ ລູກຄ້າ ສາມາດເປີດບັນຊີທະນາຄານທາງອອນລາຍໄດ້, ທະນາຄານ ສາມາດຮັບລູກຄ້າຜ່ານທາງອອນລາຍໄດ້, ເຊິ່ງຈະເຮັດໃຫ້ ກາຍເປັນ ທະນາຄານດິຈິຕອນ ໃນອະນາຄົດ ອັນໃກ້.

ປະຈຸບັນ, ນອກຈາກເປັນ ລະບົບເຊື່ອມຕໍ່ ແລະ ລະບົບພິສູດຕົວຕົນແລ້ວ, ກະຊວງ ປທສ ກໍ່ໄດ້ຮ່ວມກັບ ບໍລິສັດ ເອັສບີແລັບ 856 ຈຳກັດ ໃນການຜັນຂະຫຍາຍຂີດຄວາມສາມາດຂອງລະບົບ LaoKYC ດັ່ງກ່າວ ໃນການເປັນເຄື່ອງມື ໃນການຕິດຕາມປະຫວັດການເຄື່ອນໄຫວ, ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ໃຫ້ກັບກະຊວງ ສາທາລະນະສຸກ, ພ້ອມນັ້ນ, ກໍ່ຍັງເປັນແອັບ ທີ່ບຸກຄົນ ສາມາດດາວໂຫຼດ ແລະ ນໍາໃຊ້ ເຂົ້າໃນການຂື້ນທະບຽນເລກໝາຍໂທລະສັບ (ຊິມຄາດ), ເຊິ່ງທ່ານ ສາມາດ ດາວໂຫຼດ ໄດ້ຈາກ Android Play Store, iOS App Store ແລະ ດໍາເນີນການລົງທະບຽນເລກຫມາຍໂທລະສັບ (ຊິມຄາດ) ໄດ້ດ້ວຍຕົນເອງ ຜ່ານທາງອອນລາຍ ຈົນຮອດທ້າຍປີ 2020.

Leave a Reply

Your email address will not be published. Required fields are marked *