ສະບາຍດີ, ຫຼັງຈາກທີ່ບໍ່ໄດ້ໂພສຫຍັງມາຫຼາຍມື້ ແອັດມິນຈະກັບມາຕໍ່ຈາກຫົວຂໍ້ກ່ອນໜ້ານີ້ ວ່າດ້ວຍເລື່ອງຂຽນໂປຣແກຣມ. ແຕ່ກ່ອນທີ່ຈະບັນລະຍາຍເລື່ອງຂຽນໂປຣແກຣມ ແອັດມິນຢາກຈະປະຊາສຳພັນກ່ອນ ແອັດມິນຕັ້ງໃຈຈະແບ່ງປັນຄວາມຮູ້ໃຫ້ກັບທຸກໆຄົນ ບໍ່ວ່າຈະເປັນ ນັກສຶກສາດ້ານຄອມພີວເຕີ ຫຼື ວິຊາຊີບອື່ນ ຫຼື ບຸກຄົນທົ່ວໄປ ທີ່ກຳລັງສົນໃຈໃນວົງການ ໄອທີ(ເລື່ອງການຂຽນໂປຣແກຣມ) ກະສາມາດອ່ານແລະທຳຄວາມເຂົ້າໃຈໄດ້ຢ່າງງ່າຍໆ ສະນັ້ນໃນບາງບົດຄວາມອາດຈະເປັນເລື່ອງທີ່ເບີ່ງແລ້ວອາດຈະງ່າຍເກີນໄປຫຼືຮູ້ເລື່ອງນັ້ນຢູ່ແລ້ວສຳລັບຄົນທີ່ຮຽນ ໄອທີມາ ກະຢາກໃຫ້ມາແບ່ງປັນຫຼືຊ່ວຍເສີມໃຫ້ກັບຄົນອື່ນທີ່ຍັງບໍ່ທັນເຂົ້າໃຈ. ເຮົາມາເລີ່ມກັນເລີຍ. ການທີ່ເຮົາຈະຂຽນໂປຣແກຣມໃດໜື່ງຂື້ນມາເຮົາຈະຕ້ອງມີເຄື່ອງມືທີ່ເໝາະສົມກັບວຽກເຮົາກ່ອນ, ເຄື່ອງມືໃນທີ່ນີ້ໝາຍເຖິງ ພາສາ ໃນການພັດທະນາ. ພາສາໃນທີ່ນີ້ ແມ່ນພາສາໂປຣແກຣມ ເຊີ່ງໃນໂລກຂອງໂປຣແກຣມ ມີຫຼາກຫຼາຍພາສາໃຫ້ໄດ້ເລືອກໃຊ້ ບໍ່ວ່າຈະເປັນ C,