6 ພາສາໃຊ້ໃນການພັດທະນາໂປຣແກຣມທີ່ຄວນຮຽນຮູ້: 1. Python ເປັນພາສາຍອດນິຍົມອັນດັບຕົ້ນໆທີ່ແນະນໍາໃຫ້ຝຶກຈົນຊໍ່ານານ ເພາະນອກຈາກຈະງ່າຍຕໍ່ການຮຽນຮູ້ ແລະ ໃຊ້ງານດ້ວຍຄໍາສັ່ງທີ່ຄ້າຍຄືພາສາຄົນຫລາຍທີ່ສຸດ ຍັງນໍາມາປະຍຸກໃຊ້ງານໄດ້ຂ້ອນຂ້າງຄອບຈັກະວານອີກນໍາ ຈົນບໍ່ຕ້ອງແປກໃຈວ່າ ບໍລິສັດ ໃດກໍ່ຕ້ອງການຄົນຂຽນ python. 2. C# ເຖິງຈະເປັນພາສາສະໄໝພະເຈົ້າດຶກດໍາບັນທີ່ໜ້າຈະຕົກຍຸກ ແຕ່ແທ້ຈິງແລ້ວກັບມີການພັດທະນາຕົວເອງໃຫ້ເຮັດວຽກເຂົ້າກັບເຕັກໂນໂລຊີສະໄໝໃໝ່ໄດ້ຕະຫລອດເວລາແຖມເປັນພາສາຄອບຈັກະວານທີ່ໃຊ້ສ້າງໄດ້ທຸກຢ່າງ ທັງເວັບໄຊ໌, ແອັບໃນອຸບປະກອນພົກພາ, ແມ້ແຕ່ຊລອບແວ໌ພີຊີ ແຖມຣັນໄດ້ທຸກແພລດຟອມ ອີກທັງໂຄງສ້າງພາສາຍັງເປັນພື້ນຖານຂອງພາສາອື່ນໆ ສວນໃຫຍ່ໃນໂລກນີ້ອີກດ້ວຍ. 3. Java ເປັນພາສາທີ່ອອກແນວເຕັກນິກ ທີ່ມີພະລັງໃນການສ້າງແອັບທີ່ຊັບຊ້ອນ ຄອບຄຸມເກືອບທຸກຄວາມຕ້ອງການໃນປັດຈຸບັນດ້ວຍຟີເຈີທີ່ມີປະໂຫຍດຫລາຍຢ່າງ ແຖມຮັບໄດ້ທຸກລະບົບປະຕິບັດການບໍ່ວ່າຈະເປັນ iOS, Mac, Windows, Linux

ສະບາຍດີ ມື້ນີ້ເຮົາຈະມາເລີ່ມຮຽນຂຽນໂປຣແກຣມຢ່າງຈິງໆຈັງ ຫຼັງຈາກທີ່ໄດ້ກ່າວພາເພີນມາຫຼາຍບົດຄວາມ, ກ່ອນທີ່ເຮົາຈະກາຍໄປເປັນຊ່ຽວຊານທາງດ້ານຂຽນໂປຣແກຣມ ເຮົາຈະຕ້ອງໄດ້ມາເລີ່ມສຶກສາເຖິງພື້ນຖານຂອງການ ຂຽນໂປຣແກຣມກ່ອນ ຫຼືພາສາອັງກິດເອີ້ນວ່າ Basic. ເອົາລະບາດນີ້ແອັດມິນຂໍເວົ້າເລື່ອງພື້ນຖານ ຂອງການຂຽນໂປຣແກຣມຂອງທຸກໆພາສາ ມັນຈະຄືກັນ(ຕ່າງແຕ່ syntax) ມັນຄືກັນຢູ່ບ່ອນໃດ? ຄືກັນຢູ່ບ່ອນຮູບແບບໃນການດຳເນີນເລື່ອງ, Strategic, Logic… ຕົວຢ່າງເຊັ່ນ ທຸກໆພາສາຈະມີ ຊະນິດຂອງຂໍ້ມູນ (Data type), ທຸກໆພາສາ ຈະມີ ວິທີການຕັດສິນໃຈເຮັດວຽກ (Decision Making) ວ່າຫາກເຮົາເລືອກທາງ A ແລ້ວຜົນລັບອອກມາເປັນ C

ສະບາຍດີ, ຫຼັງຈາກທີ່ບໍ່ໄດ້ໂພສຫຍັງມາຫຼາຍມື້ ແອັດມິນຈະກັບມາຕໍ່ຈາກຫົວຂໍ້ກ່ອນໜ້ານີ້ ວ່າດ້ວຍເລື່ອງຂຽນໂປຣແກຣມ. ແຕ່ກ່ອນທີ່ຈະບັນລະຍາຍເລື່ອງຂຽນໂປຣແກຣມ ແອັດມິນຢາກຈະປະຊາສຳພັນກ່ອນ ແອັດມິນຕັ້ງໃຈຈະແບ່ງປັນຄວາມຮູ້ໃຫ້ກັບທຸກໆຄົນ ບໍ່ວ່າຈະເປັນ ນັກສຶກສາດ້ານຄອມພີວເຕີ ຫຼື ວິຊາຊີບອື່ນ ຫຼື ບຸກຄົນທົ່ວໄປ ທີ່ກຳລັງສົນໃຈໃນວົງການ ໄອທີ(ເລື່ອງການຂຽນໂປຣແກຣມ) ກະສາມາດອ່ານແລະທຳຄວາມເຂົ້າໃຈໄດ້ຢ່າງງ່າຍໆ ສະນັ້ນໃນບາງບົດຄວາມອາດຈະເປັນເລື່ອງທີ່ເບີ່ງແລ້ວອາດຈະງ່າຍເກີນໄປຫຼືຮູ້ເລື່ອງນັ້ນຢູ່ແລ້ວສຳລັບຄົນທີ່ຮຽນ ໄອທີມາ ກະຢາກໃຫ້ມາແບ່ງປັນຫຼືຊ່ວຍເສີມໃຫ້ກັບຄົນອື່ນທີ່ຍັງບໍ່ທັນເຂົ້າໃຈ. ເຮົາມາເລີ່ມກັນເລີຍ. ການທີ່ເຮົາຈະຂຽນໂປຣແກຣມໃດໜື່ງຂື້ນມາເຮົາຈະຕ້ອງມີເຄື່ອງມືທີ່ເໝາະສົມກັບວຽກເຮົາກ່ອນ, ເຄື່ອງມືໃນທີ່ນີ້ໝາຍເຖິງ ພາສາ ໃນການພັດທະນາ. ພາສາໃນທີ່ນີ້ ແມ່ນພາສາໂປຣແກຣມ ເຊີ່ງໃນໂລກຂອງໂປຣແກຣມ ມີຫຼາກຫຼາຍພາສາໃຫ້ໄດ້ເລືອກໃຊ້ ບໍ່ວ່າຈະເປັນ C,