6 ພາສາໃຊ້ໃນການພັດທະນາໂປຣແກຣມທີ່ຄວນຮຽນຮູ້: 1. Python ເປັນພາສາຍອດນິຍົມອັນດັບຕົ້ນໆທີ່ແນະນໍາໃຫ້ຝຶກຈົນຊໍ່ານານ ເພາະນອກຈາກຈະງ່າຍຕໍ່ການຮຽນຮູ້ ແລະ ໃຊ້ງານດ້ວຍຄໍາສັ່ງທີ່ຄ້າຍຄືພາສາຄົນຫລາຍທີ່ສຸດ ຍັງນໍາມາປະຍຸກໃຊ້ງານໄດ້ຂ້ອນຂ້າງຄອບຈັກະວານອີກນໍາ ຈົນບໍ່ຕ້ອງແປກໃຈວ່າ ບໍລິສັດ ໃດກໍ່ຕ້ອງການຄົນຂຽນ python. 2. C# ເຖິງຈະເປັນພາສາສະໄໝພະເຈົ້າດຶກດໍາບັນທີ່ໜ້າຈະຕົກຍຸກ ແຕ່ແທ້ຈິງແລ້ວກັບມີການພັດທະນາຕົວເອງໃຫ້ເຮັດວຽກເຂົ້າກັບເຕັກໂນໂລຊີສະໄໝໃໝ່ໄດ້ຕະຫລອດເວລາແຖມເປັນພາສາຄອບຈັກະວານທີ່ໃຊ້ສ້າງໄດ້ທຸກຢ່າງ ທັງເວັບໄຊ໌, ແອັບໃນອຸບປະກອນພົກພາ, ແມ້ແຕ່ຊລອບແວ໌ພີຊີ ແຖມຣັນໄດ້ທຸກແພລດຟອມ ອີກທັງໂຄງສ້າງພາສາຍັງເປັນພື້ນຖານຂອງພາສາອື່ນໆ ສວນໃຫຍ່ໃນໂລກນີ້ອີກດ້ວຍ. 3. Java ເປັນພາສາທີ່ອອກແນວເຕັກນິກ ທີ່ມີພະລັງໃນການສ້າງແອັບທີ່ຊັບຊ້ອນ ຄອບຄຸມເກືອບທຸກຄວາມຕ້ອງການໃນປັດຈຸບັນດ້ວຍຟີເຈີທີ່ມີປະໂຫຍດຫລາຍຢ່າງ ແຖມຮັບໄດ້ທຸກລະບົບປະຕິບັດການບໍ່ວ່າຈະເປັນ iOS, Mac, Windows, Linux